10 Episodes
2 Ratings
2021 First episode About Lao X Files Lao X Files
ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້
Category education · science · society & culture
Language unknown
Explicit No
First episode 1 Jan 2021
Latest episode 13 Aug 2021 Latest episodes 10 episodes in the feed.
13 Aug 2021
Dyatlov Pass “ທາງຜ່ານນາຮົກ” | LaoXFiles – Podcast EP15 ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ, ເບິ່ງຄືວ່າມີບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາຕ້ອງຫນີອອກມາຈາກເຕັ້ນຢ່າງກະທັນຫັນ ໂດຍການເອົາມີດປາດອອກມາຈາກໃນເຕັ້ນ. ແປກກວ່າຫັ້ນແມ່ນພວກເຂົາບໍ່ໄດ້ໃສ່ເຄື່ອງທີ່ກັນຄວາມຫນາວຕອນອອກມາເລີຍ ໃນຂະນະທີ່ອຸນຫະພຸມຕ່ຳກວ່າ 0 ອົງສາ. ທັງ 9 ຄົນໄດ້ພົບວ່າຕາຍຢ່າງປະຫລາດ ແລະ ຮອດທຸກມື້ນີ້ກໍຍັງບໍ່ມີໃຜມີບົດສະຫລຸບວ່າເກີດຫຍັງຂຶ້ນແທ້ກັບພວກເຂົາ. ໄດ້ມີການແຈ້ງວ່າ 6 ຄົນແມ່ນຕາຍຍ້ອນຄວາມຫນາວ, ສ່ວນອີກ 3 ຄົນແມ່ນຕາຍຍ້ອນໄດ້ຮັບບາດເຈັບສາຫັດທາງຮ່າງກາຍ, ເຊັ່ນ: ຄົນຫນຶ່ງແມ່ນກະໂຫລກລ້າວ ແລະ ຫລັງຫັກ; ອີກຄົນແມ່ນແກ່ນຕາທັງສອງຂ້າງ ແລະ ລີ້ນຫາຍໄປ; ແລະ ອີກຄົນແມ່ນກະດູກຫນ້າເອີກແຕກ. ຈາກຮ່ອງຮ່ອຍທີ່ພວກເຂົາຖິ້ມໄວ້ເຮັດໃຫ້ນັກວິທະຍາສາດບໍ່ເຂົ້າໃຈວ່າແມ່ນຫຍັງທີ່ເຮັດໃຫ້ພວກເຂົາຕ້ອງຮີບຫນີອອກຈາກເຕັ້ນ ແລະ ຫນີໄປຈາກຈຸດຕັ້ງຫລັກຂອງພວກເຂົາ ແລະ ເປັນຫຍັງອີກສາມຄົນຄືບາດເຈັບສາຫັດແນວນັ້ນ. ຜູ້ຊ່ຽວຊານຫລາຍຄົນກະມີທິດສະດີຂອງຕົນເອງ ແຕ່ກໍບໍ່ມີທິດສະດີໃດທີ່ສາມາດຕອບຄຳຖາມໄດ້ຄົບຖ້ວນ.
30 Jul 2021
LaoXFiles EP14: ງາມແຕ່ຮູບຈູບບໍ່ຫອມ LaoXFiles - Podcast ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້
16 Jul 2021
ການແກ້ແຄ້ນຂອງສຸພາບບູລຸດ | LaoXFiles-Podcast EP13 Elliot Rodger ເປັນຄົນທີ່ບໍ່ມີຫມູ, ບໍ່ມີສັງຄົມຕັ້ງແຕ່ນ້ອຍ. ລະຖືກຜູ້ຍິງປະຕິເສດມາຕະຫລອດ. ຈຶ່ງເຮັດໃຫ້ເກີດການຊັ່ງຜູ້ຍິງເຂົ້າກະດູກ. ລາວໄດ້ເຮັດ youtube channel ຂຶ້ນມາເພື່ອລະບາຍຄວາມນ້ອຍອົກນ້ອຍໃຈ ແລະ ສະແດງຄວາມຄຽດແຄ້ນຕໍ່ຜູ້ຍິງ ແລະ ສັງຄົມ. ລາວຈະເວົ້າຍຳ້ຢູ່ຕະຫລອດວ່າ ລາວຫນ້າຕາດີປານດີ, ເວົ້າຈາສຸພາບປານນີ້, ເປັນສຸພາບບູລຸດປານນີ້, ເປັນຫຍັງຜູ້ຍິງຄືບໍ່ໃຫ້ໂອກາດລາວ. ເປັນຫຍັງຈຶ່ງພາກັນມັກພວກຜູ້ຊາຍທີ່ບໍ່ດີ. ຫລັງຈາກເຮັດແນວໃດກະບໍ່ມີແຟນ, ບໍ່ເຄີຍແມ້ແຕ່ຈູບ, ລາວຈຶ່ງວາງແຜນການຂ້າຂຶ້ນ, ເພາະຖ້າວ່າສັງຄົມບໍ່ໃຫ້ໂອກາດລາວໄດ້ມີແຟນງາມ, ມີຄວາມຮັກ, ລາວຈະລົງໂທດມະນຸດໂລກທຸກຄົນ.
5 Mar 2021
LaoXFiles EP.12: ອັດສະລິຍະຜູ່ຫລົງໄຫລໃນການຂ້າ ຜ່ານກັນມາແລ້ວ 11 ຕອນສຳລັບລາຍການ Lao X File ຜູ່ຟັງໄດ້ຟັງຫລາກຫລາຍເລື່ອງລາວຂອງຄະດີ ແລະສ່ວນໃຫຍ່ໃນຄະດີນັ້ນກໍຈະຕ້ອງມີຜູ່ລົງມືກໍ່ເຫດ ກໍຄືຄາດຕະກອນ.ແລ້ວເຄີຍສົງໄສບໍ່ວ່າແມ່ນຫຍັງຄືສາເຫດ ທີ່ເຮັດໃຫ້ເກີດມີຄາດຕະກອນ ແມ່ນຫຍັງກັນທີ່ປັ້ນໃຫ້ເຂົາເຈົ້າກາຍເປັນຄາດຕະກອນ ຊີວິດໄວເດັກເຂົາເຈົ້າເປັນແນວໃດ ຈຶ່ງເຕີບໃຫຍ່ມາເປັນແບບນີ້
ມື້ນີ້ Lao X File ຈະພາທ່ານໄປຮູ້ຈັກກັບຄາດຄະກອນຕໍ່ເນື່ອງ ທີ່ກໍ່ເຫດສະເທືອນຂວັນ ໂດຍທີ່ໂຕຂອງຄາດຕະກອນບໍ່ຮູ້ສຶກຜິດ ແລະຍັງຫລົງໄຫລໃນການຂ້າຄົນ ເອີ້ນໄດ້ວ່າເປັນຄາດຕະກອນທີ່ມີໄຫວພິບ ມີແນວຄຶດທີ່ສະຫລາດ ລາວຄົນນີ້ຊື່ວ່າ Edmund Kemper
ເລື່ອງລາວຂອງຄາດຕະກອນລາຍນີ້ ຖືກນຳໄປສ້າງເປັນຊີຣີກຶ່ງສາລະຄະດີເລື່ອງ Mindhunter ຂອງທາງ Netflix ໃຜສົນໃຈໄປຊອກເບິ່ງໄດ້ ແລະໃນມື້ນີ້ເຮົາຈະມາຮູ້ຈັກເລື່ອງຂອງລາວກັນໃນ Lao X File ເປີດແຟ້ມເລື່ອງເລິກລັບຕອນ ອັດສະລິຍະຜູ່ຫລົງໄຫລໃນການຂ້າ
ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ອັດສະລິຍະຜູ່ຫລົງໄຫລໃນການຂ້າ Edmund Kemper
Youtube: https://youtu.be/_V-ONhFWnsg ແລະ ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
26 Feb 2021
Lao X Files EP11: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ. ຄະດີທີ່ພວກເຮົາຈະນຳສະເຫນີໃນມື້ນີ້ ຕ້ອງບອກວ່າເປັນນຶ່ງໃນຄະດີທີ່ຫົດຫູ່ ແລະຫນ້າເສົ້າໃຈ ກັບເຫດການຂອງຍິງສາວຄົນນຶ່ງ ທີ່ຖືກຈັບໂຕໄປຂັງໄວ້ໃນກ່ອງໄມ້ ແລະຖືກຂົ່ມຂື່ນຊ້ຳແລ້ວຊ້ຳອີກ ເປັນເວລາດົນເຖິງ 7 ປີ ຄະດີນີ້ເປັນນຶ່ງໃນຄະດີໂດ່ງດັງຈົນມີການນຳໄປສ້າງເປັນສາລະຄະດີຫລາຍຄັ້ງ ແລະຍັງຖືກຮໍລີວູດນຳໄປສ້າງເປັນຫນັງອອກມາອີກໃນຊື່ເລື່ອງວ່າ Girl in the box ຄະດີນີ້ມີທີ່ໄປທີ່ມາແນວໃດ ເຫດການລະອຽດເປັນແນວໃດ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ.
ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/Q_9RM-2aS8cແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
29 Jan 2021
LaoXFiles Ep10 ແຜນຊ້ອນແຜນ Lao X Files ໃນຕອນນີ້ຈະເວົ້າເຖິງຄະດີຂອງຜົວເມຍຄູ່ນຶ່ງ ເຊິ່ງຈັດໄດ້ວ່າເປັນເລື່ອງຫັກມຸມໄປມາ ຮັບປະກັນວ່າຕອນນີ້ມັນແນ່ນອນ ເຫດການເກີດຂຶ້ນເຊົ້າມື້ນຶ່ງເມື່ອຜູ່ເປັນເມຍ ອອກໄປ Gym ເພື່ອອອກກຳລັງກາຍຍາມເຊົ້າ ເປັນກິດຈະວັດ ແຕ່ແລ້ວກໍມີໂທລະສັບສາຍປິດສະຫນາໂທມາແລະ ຂໍໃຫ້ລາວກັບເມືອເຮືອນຢ່າງຮີບດ່ວນໂດຍບໍ່ບອກວ່າເກີດຫຍັງຂຶ້ນ.
ເມື່ອຜູ່ເປັນເມຍກັບມາຮອດເຮືອນ ກໍພົບວ່າຫນ້າເຮືອນເຕັມໄປດ້ວຍລົດຕຳຫລວດ, ລົດໂຮງຫມໍ ແລະລົດນັກຂ່າວ ພ້ອມກັນນັ້ນອ້ອມຮອບເຮືອນກໍມີເຊືອກສີເຫລືອກງຂອງຕຳຫລວດຕິດອ້ອມເຮືອນຢູ່. ແລ້ວລາວກໍໄດ້ຮັບຂ່າວຮ້າຍຈາກຕຳຫລວດ ເມື່ອຕຳຫລວດແຈ້ງວ່າ ມີຄົນໄດ້ຍິນສຽງປືນໃນເຮືອນເຈົ້າແລ້ວແຈ້ງຕຳຫລວດ ຕຳຫລວດຈຶ່ງເຂົ້າກວດສອບແລະພົບວ່າຜົວຂອງເຈົ້າຖືກຂ້າຍິງເສຍຊີວິດແລ້ວ ແລ້ວໃຜເປັນຄົນຂ້າເກີດຫຍັງຂຶ້ນກັບຜົວຂອງລາວ ມາຕິດຕາມກັນໄດ້ໃນ Lao X Files EP10: ແຜນຊ້ອນແຜນ
ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/4qtvy6dlfSgແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
22 Jan 2021
LaoXFiles Ep9: ອຸບັດຕິເຫດຖ້ຽວບິນ AF447 Lao X Files Ep09 ຈະພາທ່ານໄປຟັງຄະດີ ຂ່າວຮ້າຍວົງການບິນ ກັບເຫດການຍົນຕົກຢູ່ປະເທດອິນໂດເນເຊຍ ທີ່ຖືວ່າເປັນເຫດການຄັ້ງໃຫຍ່ ແລະເປັນບົດຮຽນໃຫ້ແກ່ວົງການການບິນ ເຫດການນຶງເລີຍກໍວ່າໄດ້
.
ເຊິ່ງເຫດການທີ່ຈະຍົກມານີ້ແມ່ນອຸບັດຕິເຫດຂອງຍົນສາຍການບິນຝຣັ່ງ AF447 ທີ່ອອກເດີນທາງຈາກ ເມື່ອງຫລວງ ຣີໂອເເດີຈາເນໂຣ ຈາກປະເທດບຣາຊິວ ໄປສູ່ເມືອງປາຣີ ປະເທດຝຣັ່ງ ເຊິ່ງຕ້ອງບິນເປັນໄລຍະທາງ 11 ຊົ່ວໂມງ ແຕ່ກໍເກີດເຫດບໍ່ຄາດຝັນ ເມື່ອຍົນຕົກລົງສູ່ກາງມະຫາສິຫມຸດແອັດແລນຕິກ ເຮັດໃຫ້ມີຜູ່ເສຍຊີວິດທັງຫມົດ 228 ຄົນ ຈາກ 32 ປະເທດ
ເຊິ່ງເປັນອຸບັດຕິເຫດທີ່ສ້າງຄວາມຕື່ນຕົກໃຈໃຫ້ວົງການການບິນ ເພາະຍົນລຳນີ້ເປັນ Airbus A330 ທີ່ມີຄວາມທັນສະໄຫມ ແລະມີຄວາມປອດໄພສູງ ແລະໃຊ້ຫລາຍໃນການບິນທົ່ວໂລກ ສຸດທ້າຍຕ້ອງໃຊ້ເວລາຫລາຍກວ່າ 3 ປີໃນການເກັບກູ້ຊາກແລະສືບສວນເຖິງສາເຫດຂອງອຸບັດຕິເຫດຄັ້ງນີ້ ແລະຜົນທີ່ໄດ້ຖືເປັນບົດຮຽນຄັ້ງໃຫຍ່ຂອງວົງການການບິນ
ຕິດຕາມກັນໄດ້ໃນ Lao X Files EP09: ອຸບັດຕິເຫດຍົນຖ້ຽນບິນ AF447
ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
YouTube Channel: youtube.com/laoxchannel?sub_confirmation=1
ຟັງຜ່ານ Youtube: https://youtu.be/4qtvy6dlfSg
ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
15 Jan 2021
Lao X Files EP08: ການຫລົບຫນີຂອງຄາດຕະກອນ Lao X Files ໃນຕອນນີ້ຈະພາໄປຟັງເຫດການເມືອ 13ປີກ່ອນທີ່ປະເທດຍີ່ປຸ່ນ ປະມານ 9ໂມງແລງ ຂະນະທີ່ຕຳຫລວດກຳລັງຈະເຂົ້າກວດສອບ ທີ່ພັກອາໄສຂອງຜູ່ຕ້ອງຫາຄະດີລາຍນຶ່ງ ທີ່ມີການສືບສວນຈົນຮູ້ໂຕ ຕຳຫລວດກໍພົບເຫັນຊາຍຄົນນຶ່ງ ແລ່ນສວນອອກມາ ແລະແລ່ນຫນີຫາຍໂຕໄປຢ່າງວ່ອງໄວ ຕໍ່ຫນ້າຕໍ່ຕາຕຳຫລວດ 6 ຄົນ.
ຊາຍຄົນນັ້ນຄືເຈົ້າຂອງສະຖານທີ່ ທີ່ຕຳຫລວດກຳລັງຈະເຂົ້າໄປກວດສອບ ດ້ວຍຂໍ້ຫາຄາຕະກຳ ພາຍຫລັງຕຳຫລວດເຂົ້າກວດສອບເຮືອນຂອງຜູ່ກ່ຽວ ກໍພົບເກີບຜູ້ຍິງ ແລະເສັ້ນຜົມຜູ່ຍິງ ຢູ່ລະບຽງຫ້ອງມີອ່າງອາບນ້ຳເກົ່າ ທີ່ເຕັມໄປດ້ວຍຂີ້ດິນ ເມື່ອຂຸດດິນອອກ ຕຳຫລວດພົບສົບຂອງຜູ່ຍິງຄົນນຶ່ງ ເປັນຄົນອັງກິດຊື່ວ່າ ລິນຊີ ແອນ ຮັອກເກີ
ຊາຍທີ່ແລ່ນຫນີໄປຕໍ່ຫນ້າຕໍ່ຕາຕຳຫລວດນັ້ນມີຊື່ວ່າ ທັດສຶຍະ ອິຈິຮາຊິ ອາຍຸ 28 ປີ (ໃນຕອນເກີດເຫດ) ຕຳຫລວດຮູ້ຊື່ຮູ້ປະຫວັດຮູ້ຫນ້າ ຂອງຄາຕະກອນລາຍນີ້ທີ່ຫລົບຫນີ ແຕ່ລາວສາມາດຫນີການຈັບຂອງຕຳຫລວດຍີ່ປຸ່ນໄດ້ ເປັນໄລຍະເວລາເຖິງ 961 ມື້ ນັບເປັນຄະດີການຫລົບຫນີທີ່ຮືຮາແລະໂດ່ງດັງທີ່ສຸດເລື່ອງນຶ່ງໃນຍີ່ປຸ່ນ ລາວເຮັດແນວໃດ ທີ່ໄປທີ່ມາແນວໃດ ມື້ນີ້ເຮົາຈະມາຕິດຕາມນຳກັນໃນ Lao X Files ຕອນການຫລົບຫນີຂອງຄາຕະກອນ.
ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/4qtvy6dlfSgແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
8 Jan 2021
Lao X Files EP07: ຄະດີ TikTok Lao X Files ໃນຕອນນີ້ຈະພາເຫດການເກີດຂຶ້ນໃນປີ 2020 ໄລຍະນັ້ນເປັນຊ່ວງທີ່ຫລາຍໆເຂດທົ່ວໂລກ ມີການ Lock down ຍ້ອນສະຖານະການພະຍາດ ໂຄວິດ-19 ນຶ່ງໃນການແກ້ເຊັງຂອງໄວຫນຸ່ມບາງກຸ່ມແມ່ນການຫລິ້ນແອັບ TikTok ແລະມີການເຮັດ Challege ກັນຜ່ານ TikTok ໂດຍການໃຫ້ໄປຫລິ້ນການລ່າສົມບັດຜ່ານແອັບທີ່ຊື່ວ່າ Randonautica ເຊິ່ງເປັນແອັບທີ່ ມັນຈະສຸ່ມສະຖານທີ່ຈາກແຜນທີ່ຂຶ້ນມາໃຫ້ມົ້ວໆ ເພື່ອໃຫ້ຄົນຫລິ້ນໄດ້ອອກໄປຄົ້ນຫາສະຖານທີ່ດັ່ງກ່າວ. ຄ້າຍໆເກມ Pokemon Go
ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/jXq9L2_p87Eແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
1 Jan 2021
Lao X Files EP06: Zodiac Killer Lao X Files ໃນຕອນນີ້ຈະພາຍ້ອນອາດີດ ກັບໄປຮູ້ຈັກນຶ່ງໃນຄາດຕະກອນຕໍ່ເນື່ອງຊື່ດັງ ທີ່ຍັງບໍ່ສາມາດຈັບໂຕໄດ້ ແລະມີສາຍານາມວ່າ Zodiac Killer ທີ່ນອກຈາກລົງມືສັງຫານຄົນໄປຫລາຍເຖິງ 37 ຄົນ ແລະມັກສົ່ງຈົດຫມາຍປິດສະຫນາ ມາທ້າທາຍຕຳຫລວດນັບຄັ້ງບໍ່ຖ້ວນ ແລະຫລ້າສຸດໃນທ້າຍປີ 2020 ຜ່ານມາແລ້ວ 51 ປີນຶ່ງໃນຈົດຫມາຍປິດສະຫນາ ທີ່ Zodiac Killer ຖິ້ມໄວ້ ຫາກໍມີຄົນໃຊ້ຄອມພິວເຕີ ຖອດຂໍ້ຄວາມອອກມາໄດ້ ຂໍ້ຄວາມນັ້ນແມ່ນຫຍັງ ແລະ Zodiac Killer ແມ່ນໃຜ ຕິດຕາມໄດ້ໃນ Lao X Files ຕອນ Zodiac Killer
ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້:
ເວັບໄຊ www.laox.laYouTube Channel: youtube.com/laoxchannel?sub_confirmation=1ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Filesຟັງຜ່ານ Youtube: https://youtu.be/AkKYX2QYAaU
Reach and audience Public platform figures. Ratings count people who left a rating, not total listeners.
Apple Podcasts (US) 5.0 / 5 2 ratings Research this show Explore Pod Engine's podcast research tools and transcript access.
See plans Is this your podcast? Claim your show to manage its details on Pod Engine.
Claim Lao X Files Where this data comes from Each source has its own observation date. These dates do not mean all data was checked at once.
RSS feed Last successful check: 26 Aug 2026 .
Apple Podcasts ratings (US) Snapshot recorded: 19 Oct 2026 .
Spotify ratings Snapshot recorded: Date unavailable. Host of Lao X Files? Claim your podcast to manage its listing and keep your show details accurate.
Claim this podcast Pod Engine is an independent podcast discovery and analytics service and is not affiliated with or endorsed by this podcast. Artwork and show content belong to their owners. Full legal notice .
Explore this showPodcast research with Pod Engine
See plans